ไปที่เนื้อหา


[email protected]

เป็นสมาชิกตั้งแต่ 17 Oct 2010
ออฟไลน์ ใช้งานล่าสุด Nov 22 2010 10:46 AM
*****

กระทู้ที่ฉันเริ่ม

ຮັ້ກທັມມະ ຕ້ອງສະແຫວງຫາທັມມະໃຫ້ໄດ້ມາຊຶ່ງຕົນ

11 November 2010 - 10:02 PM

ນັ່ງທຸກວັນ...ສະບາຍທຸກວັນເລີຍ.....
ຂ໋ໃຫ້ປີໜ້າ ໃຫ້ຂ້າພະເຈົ້າໄດ້ບວດໃນງານ ບວດພຣະ 1 ລ້ານຣູບ ດ້ວຍເທີ້ນ
ຂ໋ໃຫ້ຫລວງພ໋ຄຸມບຸນໃຫ້ລູກດ້ວຍ
ຢ່າໃຫ້ລູກມີອຸປະສັກ ຫລື ສິ່ງຂວາງກັ້ນໃດໆເລີຍເທີ້ນ ສາທຸ ສາທຸ ສາທຸ

ຝັນແປກໆອີກແລ້ວ

18 October 2010 - 08:42 PM

ອີກແລ້ວທ່ານຜູ້ມີບຸນທັງຫຼາຍ ຂ້າພະເຈົ້າຝັນແປກໆອີກແລ້ວ ຄັ້ງນີ້ແປກກວ່າຄັ້ງກ່ອນອີກ:
ຄັ້ງນີ້ ຂ້າພະເຈົ້າ ຝັນວ່າ ມີທ່ານຊາຍ ທ່ານນຶ່ງແຕ່ງຕົວດູດີມາກໆ ມາບອກໃຫ້ຂ້າພະເຈົ້າເຮັດພາເຂົ້າໃຫ້ທ່ານ, ຊາຍຄົນນັ້ນ ຂ້າພະເຈົ້າກໍ່ບໍ່ເຄີຍເຫັນ, ແຕ່ເປັນເພາະເຫດໃດ ຊາຍທ່ານນັ້ນຈິ່ງ ມາເຂົ້າຝັນຂ້າພະເຈົ້າ ແລ້ວບອກໃຫ້ ຂ້າພະເຈົ້າທຳພາເຂົ້າທານໄປໃຫ້.
ພໍຕື່ນເຊົ້າ ຂ້າພະເຈົ້າກໍ່ຮີບຮ້ອນທຳພາເຂົ້າໄປວັດທັນທີ່ ແລ້ວກໍ່ໃຫ້ຫຼວງພໍ່ທ່ານນຶ່ງທຳພິທີໃຫ້ ແລະ ຂ້າພະເຈົ້າກໍ່ໄດ້ຢາດນໍ້າອຸທິດບຸນກຸສົນໄປໃຫ້ ທ່ານຊາຍທ່ານນັ້ນທັນທີ...
ຂ້າພະເຈົ້າຢາກໃຫ້ຫຼວງພໍ່ຄູໄມ່ໃຫຍ່ຊ່ວຍແກ້ ເປັນ ຝັນໃນຝັນໃຫ້ແຕ່ບໍ່ຮູ້ວິທີຂຽນ ຝັນໃນຝັນ
ສິ່ງທີ່ຂ້າພະເຈົ້າຢາກຈະຮູ້ ຄື:
1. ເປັນເພາະເຫດໃດ ຂ້າພະເຈົ້າຈິ່ງຝັນເຊັ່ນນີ້
2. ຊາຍທ່ານນັ້ນເປັນບຸກຄົນໃດ ເປັນຫຍັງຈິ່ງ ຂໍໃຫ້ ຂ້າພະເຈົ້າທຳອາຫານໃຫ້ດ້ວຍ
3. ອາຫານທີ່ຂ້າພະເຈົ້າ ທຳໄປໃຫ້ ເຂົາໄດ້ຮັບຫລືຍັງ ແລ້ວຕອນນີ້ເຂົາເປັນຢ່າງໃດບ້າງ
4. ແລ້ວຂ້າພະເຈົ້າຈະໄດ້ບຸນມາກ ນ້ອຍ ເທົ່າໃດ
5. ແລ້ວຊາຍທ່ານນັ້ນເວົ້າຫຍັງເຖິງຂ້າພະເຈົ້າຫຼືບໍ່

ຂ້າພະເຈົ້າຂໍຄວາມກະລຸນາ ຈາກທ່ານຜູ້ຮູ້ ຜູ້ມີບຸນທັງຫຼາຍຊ່ວຍ ແກ້ຂໍ້ຂ້ອງໃຈໃຫ້ຂ້າພະເຈົ້າທີ ຂໍກລາບພະຄຸນຢ່າງສູງຕອນນີ້ເລີຍ ສາທຸ...ສາທຸ..ສາທຸ

ຄວາມຝັນ ຫຼື ຄວາມຈິງ

17 October 2010 - 06:24 PM

ມີຢູ່ຄືນໜຶ່ງ ຂ້າພະເຈົ້າໄດ້ຝັນແປກໆ ເລື່ອງມີຢູ່ວ່າ:
ຄືນນັ້ນກ່ອນນອນ ຂ້າພະເຈົ້າໄດ້ອະທິຖານວ່າ ຂໍໃຫ້ຂ້າພະເຈົ້າໄດ້ເຂົ້າຖືງທຳດ້ວຍເທີ້ນ ແລະ ກໍ່ໄດ້ກ່າວຄຳຂໍຂະມາຈາກເຈົ້າກຳນາຍເວນດ້ວຍ, ຫລັງຈາກນັ້ນ ຂ້າພະເຈົ້າກໍ່ນັ່ງສະມາທິ ປະມານ 1 ຊຢ່ວໂມງກວ່າໆ ແລ້ວກໍ່ເຂົ້ານອນ...
ຕອນຂ້ອນຈະເຊົ້າຜົມຝັນເຫັນສະຖານທີ່ນຶ່ງ ສະຖານທີ່ນັ້ນເຕັມໄປດ້ວຍຄົນແອອັດມາກ ແລະ ມີທາງເດີນເປັນແຖວຕົງທີ່ຍາວມາກໆ ປາຍທາງເດີນນັ້ນມີເຈົ້າໜ້າທີ່ຄວບຄຸມຢູ່ສອງຄົນ ພໍຂ້າພະເຈົ້າເດີນໄປເຖິງໂຕະທີ່ເຈົ້າໜ້າທີ່ຢູ່ນັ້ນ.. ເຈົ້າໜ້າທີ່ໄດ້ຖາມດູບັດປະຊາຊົນຂອງຂ້າພະເຈົ້າດ້ວຍ ທັ້ງທີ່ຄົນອືນໆທີ່ເດີນຜ່ານໄປນັ້ນເຈົ້າໜ້າທີ່ໄມ່ກວດບັດປະຊາຊົນເລີຍແມ້ແຕ່ຄົນດຽວ.
ພໍເຈົ້າໜ້າທີ່ໃຫ້ຜົມຜ່ານເຂົ້າໄປຂ້າງໃນ ທັນໄດນັ້ນມີຍິງໄວກາງຄົນວິ່ງມາກອດທາງຂ້າງຫຼັງຂອງຂ້າພະເຈົ້າ ດູເຂົາເໝືອນດີໃຈມາກໆ ທີ່ເຫັນຂ້າພະເຈົ້າ ໃບໜ້າເຂົາຍີ້ມ ແລະ ມີນໍ້າຕາອອກມາດ້ວຍ.. ແຕ່ວ່າຂ້າພະເຈົ້າບໍ່ຮູ້ຈັກເຂົາເລີຍ ແລະ ກໍ່ບໍ່ເຄີຍເຫັນດວ້ຍຊໍ້າ, ຫຼັງຈາກນັ້ນຂ້າພະເຈົ້າກໍ່ເດີນເລິກເຂົ້າໄປອິກ ແຕ່ຄາວນີ້ຂ້າພະເຈົ້າ ຮູ້ສຶກວ່າກວາ ເພາະວ່າ ໃນນີ້ມີສຽງຄົນຮ້ອງໄຫ້ ເໝືອນທຸກທໍລະມານເປັນເອົາມາກ, ທັນໄດນັ້ນຂ້າພະເຈົ້າກໍ່ນຶກໄປວ່ານີ້ຄົງເປັນນະຣົກ(ໃນຄວາມຝັນ) ຂ້າພະເຈົ້າຕົກໃຈຢ້ານກວາມາກ ຄິດວ່າຕົນເອງຄົງຈະຕົກນະຣົກແລ້ວ..ແລະ ທັນໄດນັ້ນຂ້າພະເຈົ້າກໍ່ນຶກຖຶງຫຼວງປູ່ວັດປາກນໍ້າທັນ ແລະ ຂໍບາລະມີໃຫ້ທ່ານຊ່ວຍ.. ພໍອະຖິຖານກັບຫຼວງປູ່ຈົບກໍ່ມີຫຼວງພີ່ ທ່ານນຶ່ງປະກົດ (ຫຼວງພີ່ ທ່ານນັ້ນ ຂ້າພະເຈົ້າພົບຄັ້ງແລກທີ່ວັດພະທຳມະກາຍ ເມື່ອກ່ອນງານສ້າງອົງພຣະປິດເຈດີ, ສ່ວນຊື່ຂອງຫຼວງພີ່ນັ້ນ ຂ້າພະເຈົ້າຂໍປິດໄວ້ນ່ະ) ຫຼວງພີ່ທ່ານນັ້ນຊ່ວຍຂ້າພະເຈົ້າອອກຈາກທີ່ແຫ່ງນັ້ນແຄ່ພິບຕາດຽວເທົ່ານັ້ນ.
ແຕ່ຂ້າພະເຈົ້າ ແປກໃຈເປັນທີ່ສຸດ, ເພາະຫຼວງພີ ພາຂ້າພະເຈົ້າມາສະຖານທີ່ ທີ່ນື່ງ ໃນນັ້ນເໝືອນເປັນຫ້ອງໂຖ່ງກວ້າງເປັນວົງກົມໃຫຍ່ມາກ ແລະ ມີແທ່ນນັ່ງເປັນວົງກົມສຳຫຼັບນັ່ງສະມາທິ ສູງປະມານ 5 ນີ້ວໄດ້ ຕັ້ງຢູ່ໃຈກາງຫ້ອງນັ້ນ.. ສະຖານທີ່ນີ້ຂ້າພະເຈົ້າຮູ້ສຶກຄຸ້ນມາກໆ ທັ້ງທີ່ເຄີຍເຫັນເປັນຄັ້ງແລກ,
ຂ້າພະເຈົ້າດີໃຈທີ່ອອກມາຈາກທີ່ແອອັດແຫ່ງນັ້ນມາໄດ້ ກໍ່ເລີຍກ່າວຂອບພະຄຸນກັບຫຼວງພີ່ທ່ານນັ້ນ ແລະ ຂ້າພະເຈົ້າກໍ່ຂື້ນໄປນັ່ງສະມາທິ ທີ່ແທ່ນວົງກົມນັ້ນ ແລ້ວກໍ່ກ່າວກັບຫຼວງພີ່ວ່າ ຈະນັ່ງສະມາທິຢູ່ທີ່ຈົນກວ່າຫຼວງພີ່ຈະກັບມາ ແລ້ວຫຼວງພີ່ກໍ່ຫາຍຕົວໄປໃນພິບຕາຢາງໄມ່ໜ້າເຊື່ອ... ພາຍຫຼັງນັ່ງໄປນານໆ ກໍ່ມີຄົນ ຄົນນຶ່ງທີ່ຂ້າພະເຈົ້າບໍ່ຮູ້ຈັກ ເອົາອາຫານມາໃຫ້ ແຕ່ຂ້າພະເຈົ້າກໍ່ບໍ່ຍອມລຸກອອກຈາກທີ່ນັ່ງນັ້ນໂດຍເດັດຂາດ ຈົນກະທັ້ງຂ້າພະເຈົ້າຕື່ນຈາກຄວາມຝັນ.....

ຂ້າພະເຈົ້າຢາກຈະຂຽນເປັນຝັນໃນຝັນ ແຕ່ຂ້າພະເຈົ້າຂຽນພາສາໄທໄມ່ຖະນັດ
ທີ່ຂ້າພະເຈົ້າຢາກຈະຮູ້ ກໍ່ຄື:
1. ດ້ວຍເຫດໃດຂ້າພະເຈົ້າຈິ່ງຝັນແບບນີ້
2. ແລ້ວຍິງຄົນທີ່ກອດຂ້າພະເຈົ້າເປັນຜູ່ໃດ
3. ດ້ວຍເຫດໃດເຈົ້າໜ້າທີ່ຈື່ງກວດບັດປະຊາຊົນຂ້າພະເຈົ້າ
4. ສະຖານທີ່ຫ້ອງໂຖ່ງນັ້ນເປັນທີ່ໄດ
5. ຄົນທີ່ນຳອ່ຫານມາໃຫ້ເປັນຜູ້ໃດ ແລ້ວ ເປັນຫຍັງຈິ່ງນຳອາຫານມາໃຫ້ ແຕ່ຂ້າພະເຈົ້າບໍ່ຍອມກິນເພາະສັນຍາວ່າຈະນັ່ງສະມາທິຈົນກວ່າຫຼວງພີ່ຈະກັບມາ
6. ແລ້ວຫຼວງພີ່ຈະກັບມາບໍ່

ຊື່ຂ້າພະເຈົ້າ ນາມວ່າ: ສົມຫວັງ ແກ້ວດາຣາ, ເປັນລູກບຸນທຳຂອງ ພໍ່ຕູ້ ວັດທະນາ (ຫລວງພະບາງ)
ຊ່ວຍຕອບຂ້າພະເຈົ້າດ້ວຍເທີ້ນ